ພາສາລາວ ພາສາທີ່ໃຊ້ໃນການລົງຄະແນນສຽງ ແລະ ສະຖານທີ່ໃນການເລືອກຕັ້ງ. / Lao Language Voting and Elections Resources

ການເລືອກຕັ້ງເຂດ Multnomah (Multnomah County Elections)

ຂໍ້ເທັດຈິງທີ່ຄວນຮູ້ກ່ຽວກັບການລົງຄະແນນສຽງ ແລະ ການເລືອກຕັ້ງ

ໃຜສາມາດລົງທະບຽນເພື່ອລົງຄະແນນສຽງຢູ່ໃນ Oregon?

ທ່ານສາມາດລົງທະບຽນເພື່ອລົງຄະແນນສຽງຖ້າທ່ານອາໄສ (ມີຖິ່ນອາໄສ) ຢູ່ Oregon, ທ່ານເປັນພົນລະເມືອງຂອງສະຫະລັດ ແລະ ອາຍຸບໍ່ຕ່ຳກວ່າກວ່າ 16 ປີ. ທ່ານຈະໄດ້ຮັບບັດເລືອກຕັ້ງໃບທໍາອິດຂອງທ່ານທາງໄປສະນີເມື່ອທ່ານມີອາຍຸຢ່າງຫນ້ອຍ 18 ປີ.

ທ່ານສາມາດລົງທະບຽນເພື່ອລົງຄະແນນສຽງຖ້າທ່ານມີບັນທຶກວ່າມີຄວາມຜິດທາງອາຍາ ແລະ ໄດ້ສໍາເລັດການໃຫ້ຄຳພິພາກສາຂອງທ່ານແລ້ວ. ທ່ານຍັງສາມາດລົງທະບຽນເພື່ອລົງຄະແນນສຽງຖ້າຫາກວ່າທ່ານກໍາລັງປະສົບກັບການບໍ່ມີທີ່ຢູ່ອາໄສ ຫຼື ຄວາມບໍ່ຫມັ້ນຄົງດ້ານທີ່ຢູ່ອາໄສທ່ານສາມາດລົງທະບຽນເພື່ອລົງຄະແນນສຽງໄດ້ຖ້າທ່ານບໍ່ມີທີ່ຢູ່ທາງໄປສະນີຖາວອນ ຫຼື ທີ່ຢູ່ອາໄສຖາວອນ. ໂທຫາການເລືອກຕັ້ງເຂດ Multnomah ສໍາລັບຄໍາຖາມກ່ຽວກັບສິດຂອງທ່ານໃນການລົງທະບຽນເພື່ອລົງຄະແນນສຽງ.

ຂ້ອຍຈະລົງທະບຽນເພື່ອລົງຄະແນນສຽງໄດ້ແນວໃດ?

  • ລົງທະບຽນເພື່ອລົງຄະແນນສຽງອອນລາຍໄດ້ທີ່ເວັບໄຊເລຂາທິການລັດ Oregon oregonvotes.gov/register. ທ່ານຕ້ອງມີໃບຂັບຂີ່ຂອງ Oregon ຫຼື ບັດປະຈໍາຕົວເພື່ອລົງທະບຽນອອນລາຍ.
  • ລົງທະບຽນເພື່ອລົງຄະແນນສຽງໂດຍການຕື່ມຂໍ້ມູນໃສເຈ້ຍ Oregon Voter Registration Card. ທ່ານສາມາດຮັບບັດເຈ້ຍຢູ່ຫ້ອງການເລືອກຕັ້ງເຂດ Multnomah, ຫ້ອງສະຫມຸດສາທາລະນະຂອງທ່ານ, ຫ້ອງການກົມພາຫະນະ Oregon (Oregon Department of Motor Vehicles, DMV) ຫຼື ຫ້ອງການໄປສະນີ.
  • ຖ້າທ່ານໄປ Oregon DMV ແລະ ໄດ້ປ່ຽນໃບຂັບຂີ່, ໃບອະນຸຍາດຂັບຂີ່ ຫຼື ບັດປະຈໍາຕົວໃໝ່. ທ່ານສາມາດລົງທະບຽນເພື່ອລົງຄະແນນສຽງໂດຍບໍ່ໄດ້ເຮັດຫຍັງອີກ (ວິທີການລົງທະບຽນອັດຕະໂນມັດຜູ້ລົງຄະແນນສຽງທີ່ໄດ້ຂໍ້ມມູນມາຈາກກົມພາຫະນະ Oregon). ທ່ານສາມາດລົງທະບຽນເພື່ອລົງຄະແນນສຽງອັດຕະໂນມັດໄດ້ແຕ່ມັນຈະບໍ່ເກີດຂຶ້ນໃນທັນທີ.

ໂທຫາການເລືອກຕັ້ງເຂດ Multnomah ສໍາລັບຄໍາຖາມກ່ຽວກັບສິດຂອງທ່ານໃນການລົງທະບຽນເພື່ອລົງຄະແນນສຽງ.

ການລົງຄະແນນສຽງທາງໄປສະນີເຮັດວຽກແນວໃດ?

ການເລືອກຕັ້ງທັ້ງໝົດຢູ່ Oregon ແມ່ນດຳເນີນການໃຫ້ສຳເລັດໂດຍຫ້ອງການການເລືອກຕັ້ງເຂດ. ຫ້ອງການການເລືອກຕັ້ງເຂດສົ່ງໄປສະນີບັດເລືອກຕັ້ງໃຫ້ຜູ້ລົງຄະແນນສຽງໂດຍກົງ. ຜູ້ລົງຄະແນນສຽງຕື່ມບັດເລືອກຕັ້ງຂອງພວກເຂົາໃຫ້ສຳເລັດ ແລະ ຫຼັງຈາກນັ້ນໃຫ້ພວກເຂົາສົ່ງກັບຄືນໄປຫາຫ້ອງການການເລືອກຕັ້ງຂອງເຂດທາງໄປສະນີ ຫຼື ໄປຫາສະຖານທີ່ປ່ອນບັດເລືອກຕັ້ງຢ່າງເປັນທາງການ. ທ່ານສາມາດລົງຄະແນນສຽງທາງໄປສະນີຢູ່ Oregon ໃນຫົກຂັ້ນຕອນງ່າຍໆ:

  1. ລົງທະບຽນເພື່ອລົງຄະແນນສຽງອອນລາຍ, ທາງເອກະສານ ຫຼື ໂດຍຜ່ານວິທີການລົງທະບຽນອັດຕະໂນມັດ. ທ່ານຈະໄດ້ຮັບບັດແຈ້ງການຜູ້ລົງຄະແນນສຽງທາງໄປສະນີ. ບັດຢືນຢັນວ່າທ່ານໄດ້ລົງທະບຽນເພື່ອລົງຄະແນນສຽງແລ້ວທ່ານຍັງສາມາດໂທຫາ ຫຼື ໄປທີ່ການເລືອກຕັ້ງເຂດ Multnomah ເພື່ອສອບຖາມ.
  2. ສີ່ອາທິດກ່ອນການເລືອກຕັ້ງທ່ານຈະໄດ້ຮັບແຜ່ນພັບຂອງຜູ້ລົງຄະແນນສຽງທາງໄປສະນີແຜ່ນພັບຂອງຜູ້ລົງຄະແນນສຽງແມ່ນເປັນປຶ້ມນ້ອຍໆທີ່ເຮັດໂດຍເລຂາທິການລັດ Oregon ແລະ ການເລືອກຕັ້ງເຂດ Multnomah.  ແຜ່ນພັບຂອງຜູ້ລົງຄະແນນສຽງມີຂໍ້ມູນກ່ຽວກັບຜູ້ລົງທະບຽນ ແລະ ສະເໜີການປ່ຽນແປງກົດໝາຍ. ສິ່ງເຫຼົ່ານີ້ສາມາດເປັນຜູ້ລົງສະໝັກ ຫຼື ກົດໝາຍທ້ອງຖິ່ນ (ຕົວເມືອງ, ເຂດ ແລະ ເມືອງ) ຢູ່ໃນລະດັບລັດ ຫຼື ລະດັບແຫ່ງຊາດ (ປະເທດ). ແຜ່ນພັບຂອງຜູ້ລົງຄະແນນສຽງແມ່ນມີຢູ່ທີ່ oregonvotes.gov.
  3. ສອງອາທິດກ່ອນການເລືອກຕັ້ງ, ທ່ານຈະໄດ້ຮັບບັດເລືອກຕັ້ງຂອງທ່ານທາງໄປສະນີ. ຖ້າທ່ານບໍ່ໄດ້ຮັບບັດເລືອກຕັ້ງຂອງທ່ານ, ໃຫ້ໂທຫາການເລືອກຕັ້ງເຂດ Multnomah ເພື່ອຮັບບັດເລືອກຕັ້ງໃໝ່.
  4. ລົງຄະແນນສຽງໂດຍການຕື່ມບັດເລືອກຕັ້ງຂອງທ່ານ. ທ່ານສາມາດຂໍຄວາມຊ່ວຍເຫຼືອໃນການໝາຍບັດເລືອກຕັ້ງ ຫຼື ທຳຄວາມເຂົ້າໃຈວິທີການລົງຄະແນນສຽງຂອງທ່ານ. ເມື່ອທ່ານໄດ້ຕັດສິນໃຈວ່າຈະລົງຄະແນນສຽງແນວໃດແລ້ວ, ໃຫ້ໃຊ້ປາກກາສີຟ້າ ຫຼື ສີດໍາເພື່ອໝາຍຕົວເລືອກຂອງທ່ານ. ທ່ານຍັງສາມາດປ່ອຍໃຫ້ວ່າງເປົ່າໄດ້ບາງບ່ອນ. ທ່ານສາມາດຂຽນຜູ້ລົງສະໝັກໃສ່ໃນການເລືອກຕ່າງໆໄດ້. ຖ້າທ່ານເຮັດຜິດ ຫຼື ບັດເລືອກຕັ້ງເສຍ, ໃຫ້ໂທຫາການເລືອກຕັ້ງເຂດ Multnomah ສຳລັບບັດເລືອກຕັ້ງໃໝ່.
  5. ເອົາບັດເລືອກຕັ້ງຂອງທ່ານໃສ່ໃນຊອງຈົດໝາຍທີ່ໄດ້ຈ່າຍຄ່າສົ່ງແລ້ວເພື່ອສົ່ງກັບຄືນ. ທ່ານຕ້ອງ ລົງນາມໃສ່ຊອງຈົດໝາຍສົ່ງຄືນບັດເລືອກຕັ້ງ ເພື່ອໃຫ້ການລົງຄະແນນສຽງຂອງທ່ານໄດ້ຖືກນັບ. ຖ້າທ່ານບໍ່ສາມາດລົງນາມໃນຊອງຈົດໝາຍຂອງທ່ານຍ້ອນຄວາມພິການ, ໃຫ້ໂທຫາການເລືອກຕັ້ງເຂດ Multnomah ເພື່ອຂໍຄວາມຊ່ວຍເຫຼືອ.
  6. ການສົ່ງຄືນບັດເລືອກຕັ້ງຂອງທ່ານທ່ານສາມາດສົ່ງບັດເລືອກຕັ້ງຂອງທ່ານໃສ່ຊອງຈົດໝາຍທີ່ໄດ້ຈ່າຍຄ່າສົ່ງແລ້ວເພື່ອສົ່ງກັບຄືນ (ບໍ່ຈຳເປັນຕ້ອງມີກາຈ້ຳ) ຫຼື ທ່ານສາມາດປ່ອນບັດເລືອກຕັ້ງຂອງທ່ານທີ່ ສະຖານທີ່ປ່ອນບັດເລືອກຕັ້ງຢ່າງເປັນທາງການ. ມີສະຖານທີ່ປ່ອນບັດເລືອກຕັ້ງຢ່າງເປັນທາງການຕະຫຼອດ 24 ຊົ່ວໂມງໃນທົ່ວເຂດປົກຄອງ, ລວມທັງຢູ່ໃນແຕ່ລະຫ້ອງສະໝຸດເຂດ Multnomah. ທ່ານສາມາດສົ່ງຄືນບັດເລືອກຕັ້ງຂອງທ່ານທາງໄປສະນີ ຫຼື ໄປສະຖານທີ່ປ່ອນບັດເລືອກຕັ້ງຢ່າງເປັນທາງການ. ຖ້າທ່ານສົ່ງບັດເລືອກຕັ້ງຂອງທ່ານຄືນທາງໄປສະນີ ມັນຕ້ອງຖືກປະທັບຕາໄປສະນີມື້ນັ້ນ ຫຼື ກ່ອນວັນເລືອກຕັ້ງ. ບັດເລືອກຕັ້ງທີ່ຖືກບ່ອນຢູ່ສະຖານທີ່ປ່ອນບັດເລືອກຕັ້ງຢ່າງເປັນທາງການຈະຕ້ອງປ່ອນກ່ອນເວລາ 8:00 ໂມງແລງຂອງວັນເລືອກຕັ້ງ.

ຂ້ອຍສາມາດຂໍຄວາມຊ່ວຍເຫຼືອໃນການລົງຄະແນນສຽງໃນພາສາທີ່ຂ້ອຍຕ້ອງການໄດ້ບໍ?

ໄດ້. ການເລືອກຕັ້ງເຂດ Multnomah ໄດ້ມີການໃຫ້ບໍລິການລ່າມແປພາສາແບບບໍ່ເສຍຄ່າໃຫ້ແກ່ຄົນທີ່ຕ້ອງການຄວາມຊ່ວຍເຫຼືອສຳລັບຂັ້ນຕອນໃນການລົງຄະແນນສຽງ, ລວມມີ:

  • ການລົງທະບຽນເພື່ອລົງຄະແນນສຽງ
  • ການໝາຍ ຫຼື ການອ່ານບັດເລືອກຕັ້ງ
  • ການອັບເດດທີ່ຢູ່, ຊື່, ພັກການເມືອງ ຫຼື ຂໍ້ມູນຜູ້ລົງຄະແນນອື່ນໆຂອງທ່ານ
  • ເຂົ້າໃຈກົດລະບຽບການເລືອກຕັ້ງ ແລະ ຂັ້ນຕອນໃນການລົງຄະແນນສຽງ
  • ການຊ່ວຍເຫຼືອອື່ນໆທີ່ກ່ຽວຂ້ອງກັບການເລືອກຕັ້ງ.

ການຊ່ວຍເຫຼືອນີ້ແມ່ນບໍ່ເສຍຄ່າ. ສໍາລັບການຊ່ວຍເຫຼືອໃຫ້ໂທຫາ, ສົ່ງອີເມວ ຫຼື ໄປຫ້ອງການການເລືອກຕັ້ງ. ການແປພາສາໂທລະສັບແມ່ນມີຢູ່ໃນທຸກພາສາ ແລະ ມີພະນັກງານເລືອກຕັ້ງທີ່ໄດ້ສອງພາສາ (ສະເປນ). ທ່ານຍັງສາມາດໂທຫາເລຂາທິການລັດ Oregon, ພະແນກການເລືອກຕັ້ງເພື່ອຮ້ອງຂໍລ່າມແປພາສາ.

ຂ້ອຍສາມາດໄດ້ຮັບການຊ່ວຍເຫຼືອໃນການລົງຄະແນນສຽງບໍຖ້າຂ້ອຍມີຄວາມພິການ?

ໄດ້. ການເລືອກຕັ້ງເຂດ Multnomah ໃຫ້ການຊ່ວຍເຫຼືອກ່ຽວກັບການລົງຄະແນນສຽງ ແລະ ການເລືອກຕັ້ງສຳລັບຜູ້ພິການການເລືອກຕັ້ງເຂດ Multnomah ສາມາດຊ່ວຍທ່ານຢູ່ທີ່ເຮືອນ ຫຼື ຫ້ອງການເລືອກຕັ້ງ. ການຊ່ວຍເຫຼືອນີ້ແມ່ນບໍ່ເສຍຄ່າ. ໂທຫາ, ສົ່ງອີເມວ ຫຼື ໄປທີ່ການເລືອກຕັ້ງເຂດ Multnomah ສໍາລັບການຊ່ວຍເຫຼືອໃນທຸກຂັ້ນຕອນຂອງການລົງຄະແນນສຽງ, ລວມທັງ:

  • ການລົງທະບຽນເພື່ອລົງຄະແນນສຽງ
  • ການໝາຍ ຫຼື ການອ່ານບັດເລືອກຕັ້ງ
  • ການອັບເດດທີ່ຢູ່, ຊື່, ພັກການເມືອງ ຫຼື ຂໍ້ມູນຜູ້ລົງຄະແນນອື່ນໆຂອງທ່ານ
  • ເຂົ້າໃຈກົດລະບຽບການເລືອກຕັ້ງ ແລະ ຂັ້ນຕອນໃນການລົງຄະແນນສຽງ
  • ການຊ່ວຍເຫຼືອອື່ນໆທີ່ກ່ຽວຂ້ອງກັບການເລືອກຕັ້ງ.

ການເລືອກຕັ້ງເຂດ Multnomah ຕ້ອງການໃຫ້ທ່ານສາມາດລົງຄະແນນສຽງໄດ້ງ່າຍຂຶ້ນ, ເປັນສ່ວນຕົວ ແລະ ເປັນເອກະລາດ, ເຂົ້າໃຈຂັ້ນຕອນໃນການລົງຄະແນນສຽງ, ເຂົ້າໃຈກົດລະບຽບການເລືອກຕັ້ງ ແລະ ຮູ້ວ່າຄວນຂໍຄວາມຊ່ວຍເຫຼືອນຳໃຜ. ສະຖານະການຂອງຜູ້ລົງຄະແນນສຽງແຕ່ລະຄົນແມ່ນແຕກຕ່າງກັນ. ກະລຸນາຕິດຕໍ່ການເລືອກຕັ້ງເຂດ Multnomah ສໍາລັບການຊ່ວຍເຫຼືອ.

ທີ່ຢູ່ການເລືອກຕັ້ງເຂດ Multnomah:

1040 SE Morrison Street, Portland OR 97214

ເບີໂທ: 503-988-8683 ອີເມວ: elections@multco.us

ເວັບໄຊ: MultnomahVotes.gov

ຂ້ອຍຈະຖາມໃຜໄດ້ເມື່ອຂ້ອຍມີຄຳຖາມເພີ່ມເຕີມ?

ຕິດຕໍ່ການເລືອກຕັ້ງເຂດ Multnomah ໄດ້ໃນ:

ເວລາ: ວັນຈັນ - ວັນສຸກ 8:00 ໂມງເຊົ້າ - 5:00 ໂມງແລງ. ໂທຖາມເວລາການເປີດເພີ່ມເຕີມເມື່ອໃກ້ຮອດການເລືອກຕັ້ງ.

ທີ່ຢູ່: 1040 SE Morrison Street, Portland, OR 97214

ເບີໂທ: 503-988-8683 | ແຟກ: 503-988-3719 | ເຄື່ອງສົ່ງ TTY: 1-800-735-2900

ອີເມວ: elections@multco.us

ຕິດຕໍ່ເລຂາທິການລັດ Oregon, ພະແນກການເລືອກຕັ້ງ:

ເບີໂທ: 1-866-673-8683 | ແຟກ: 503-373-7414  | ເຄື່ອງສົ່ງ TTY: 1-800-735-2900

ອີເມວ: elections.sos@state.or.us